1/ ອະທິບາຍ - ພິສູດ ຄຳສຸພາສິດທີ່ວ່າ " ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່" (ພາບຈາກ Facebook) 2/ ອະທິບາຍ - ວິຈານ ຄຳກອນທີ່ວ່າ " ເປັນຄົນໃຫ້ຕໍ່ຕັ້ງ ບາກບັ່ນພຽນສຶກສາ ມີປັນຍາປະດັບຕົນ ຊິຮຸ່ງເຮືອງເມື່ອໜ້າ ເອົາວິຊາຄວາມຮູ້ ເປັນທຶນຮອນດຳລົງຊີບ ຫຼາຍສິບປີຈົນແກ່ເຖົ້າ ນຳໃຊ້ຕະຫຼອດການນັ້ນແລ້ວ " (ຂອບໃຈພາບຈາກ Facebook ) 3/ ອະທິບາຍ ພິສູດ - ວິຈານ ຄຳສຸພາສິດທີ່ວ່າ " ສູ້ຊົນພົ້ນທຸກ ມີສຸກພາຍຫຼັງ " (ພາບຈາກ:facebook) (ພາບຈາກ facebook ) 4/ ອະທິບາຍ ພິສູດ - ວິຈານ ຄຳສຸພາສິດທີ່ວ່າ " ຄົນບໍ່ອອກຈາກບ້ານ ບໍ່ເຫັນດ່ານແດນໄກ ຄົນບໍ່ໄປຫາຮຽນ ບໍ່ຫ່ອນມີຄວາມຮູ້ " (ພາບຈາກ Facebook ) 5/. ອະທິບາຍ ພິສູດ - ວິຈານ ຄຳເວົ້າທີ່ວ່າ " ມີຄວາມຮູ້ ຄວາມສາມາດ ແຕ່ຂາດຄຸນສົມບັດ ແມ່ນໃຊ້ການບໍ່ໄດ້ " (ພາບຈາກ Facebook) 6/ ອະທິບາຍ-ວິຈານຄຳເວົ້າທີ່ວ່າ: " ນັກປະພັນ , ນັກກະວີແມ່ນຫູແມ່ນຕາແມ່ນກະບອກສຽງຂອງຊົນຊັ້ນ " (ພາບຈາກເພື່ອນ ຊູມເບິ່ງ555) (ພາບຈາກເພື່ອນ) ຫົວບົດ : ອະທິບາຍ - ວິຈານ ຄຳສຸພາສິດທີ່ວ່າ " ໄມ້ຄົດເອົາໄວ້ເຮັດຂໍ ...
(ภาพจากอินเตอร์เน็ต) 1/ ມະຫາເທວີ = ນາງກະສັດຜູ້ຍິ່ງໃຫຍ່ 2/ ສະຖາປະນາ = ການແຕ່ງຕັ້ງ ຫຼື ການສ້າງຕັ້ງຂື້ນ 3/ ບັນລັງ = ບ່ອນປະທັບຂອງເຈົ້າແຜ່ນດິນ 4/ ເຈົ້າອຸປະຣາດ = ຮອງເຈົ້າຊິວິດ 5/ ລາຊະວັງ = ຫໍຜາສາດຂອງພະເຈົ້າແຜ່ນດິນ 6/ ພາກພື້ນ = ຂົງເຂດປະເທດ 7/ ສະຫະພາບ = ລັດຫຼາຍລັດທີ່ໂຮມຕົວເຂົ້າກັນເພື່ອດຳເນີນກິດຈະການທົ່ວໄປ 8/ ສາກົນ = ທົ່ວໂລກ 9/ ສະຫະລັດ = ລັດຫຼາຍລັດທີ່ໂຮມເຂົ້າກັນພາຍໃຕ້ລັດຖະທຳມະນູນດຽວກັນ 10/ ອຸທະຍານ = ສວນສາທາລະນະ 11/ ບັນພະບຸລຸດ = ຜູ້ທີ່ເປັນກົກເຄົ້າວົງຕະກູນ 12/ ກະບົດ = ຄວາມຄົດ, ຄວາມບໍ່ຊື່ຕົງ 13/ ບັນນາການ = ສິ່ງຂອງທີ່ມອບໃຫ້ເພື່ອສະແດງເຖິງອຳນາດຂອງອີກຝ່າຍ 14/ ອັກສອນສາດ = ວິຊາເນັ້ນໜັກກ່ຽວກັບພາສາແລະວັນນະຄະດີ 15/ ພະຊົນມາຍຸ = ອາຍຸ 16/ ລາຊະການ = ວຽກງານຂອງພະເຈົ້າແຜ່ນດິນໃນໄລຍະທີ່ຂຶ້ນປົກຄອງ 17/ ສະຖາປະນິກ = ນັກກໍ່ສ້າງ, ນັກອອກແບບ 18/ ປະຕິສັງຂອນ = ການປົດແປງໃຫ້ດີຄືເກົ່າ 19/ ວິລະກຳ = ການກະທຳທີ່ໄດ້ຮັບຜົນຍ້ອງຍໍແລະຄວາມອົງອາດກ້າຫານຂອງຜູ້ກະທຳ 20/ ລາສະດອນ = ພົນລະເມືອງຂອງປະເທດ