ข้ามไปที่เนื้อหาหลัก

ປະຫວັດສາດລາວ

                                            

(ภาพจากอินเตอร์เน็ต)

1 ປະເທດລາວຕົກເປັນຫົວເມືອງຂຶ້ນຝຣັ່ງໃນປີ ຄສ 1893 ແລະ ພວກເຂົາໄດ້ຈັດເອົາປະເທດລາວເຂົ້າເປັນແຄວ້ນທີ່ 5 ຂອງສະຫະພັນອີນດູຈີນ

2 ຝຣັ່ງເຊັນສັນຍາກັບສະຫຍາມ ເພື່ອແບ່ງປະເທດລາວລ້ານຊ້າງອອກເປັນສອງຕອນໃນວັນທີ່ 3 ຕຸລາ 1893

3/ ວັນຄຽດແຄ້ນຂອງປະຊາຊົນລາວແມ່ນວັນທີ 21/3/1946

4 ວັນສ້າງຕັ້ງກອງທັບປະຊາຊົນລາວ 20/1/1949

======ເລົ່າສູ່ກັນຟັງ ວັນທີ່ 21 ມີນາ 1946 ເຊິ່ງເປັນວັນຄຽດແຄ້ນຂອງຊາວລາວທັງຊາດ


ວັນທີ່ 21 ມີນາ 1946 ເວລາ 4 ໂມງ 50 ນາທີ ພວກຝຣັ່ງ

ໃຊ້ຍົນ “ສະປິດໄຟຣ໌” 4 ລຳ ບິນຂຶ້ນຫວ່ານ ໃບປິວ ທີ່ມີລາຍເຊັ່ນ ຂອງຜູ້ບັນຊາການ ທະຫານສູງສຸດ ຂອງຝຣັ່ງປະຈຳຢູ່ອິນໂດຈີນ
ເຊິ່ງມີເນື້ອໃນວ່າ: ໃຫ້ກອງກຳລັງປະກອບອາວຸດ
ປະຈຳເມືອງທ່າແຂກ ອອກມາຍອມຈຳນົນທີ່ທາງ 3 ແຍກ ກິໂລແມັດທີ່ 4 ນາມະລາດ ໂດຍດ່ວນ. ຖ້າບໍ່ປະຕິບັດພາຍ ໃນ 15 ນາທີ ເມືອງທ່າແຂກ ຈະຖືກທຳລາຍ ແລະ ທຸກຄົນ ຈະຖືກດັບສູນ! ''ແຕ່ ກອງທັບກູ້ຊາດລາວ ຂອງ ສະເດັດເຈົ້າ ສຸພານຸວົງ ໄດ້ເດັດດ່ຽວ ເປັນນໍ້າຫນຶ່ງໃຈດຽວ ບໍ່ຍອມຈຳນົນ ຕໍ່ ຝຣັ່ງ ແລະ ສຽງປືນ ກໍ່ແຕກຂຶ້ນໃນໄລຍະຕໍ່ມາ. ບັ້ນຮົບ ປ້ອງກັນ ທ່າແຂກ ໄດ້ເລີ່ມຂຶ້ນ ຢ່າງດຸເດືອດ...ພວກສັດຕູ ໄດ້ນຳໃຊ້ທັງປືນໃຫຍ່ ແລະ
ເຮືອບິນສູ້ຮົບເຂົ້າ ທຳລາຍຕົວເມືອງທ່າແຂກ ເຮັດໃຫ້ປະຊາຊົນ ຜູ້ບໍລິສຸດ ລົ້ມຕາຍ ເປັນຈຳນວນຫຼວງຫຼາຍ.ຮອດເວລາ 12 ໂມງທ່ຽງຂອງ ວັນດຽວກັນ ເມື່ອເຫັນວ່າ ສະພາບການ
“ເຫຼັກຫຼາຍກ່ວາຖ່ານ” ແລະ ເພື່ອຮັກສາຄວາມປອດໄພໃຫ້ແກ່ ສະເດັດເຈົ້າ ສຸພານຸວົງຄະນະປ້ອງກັນຈິ່ງຮ້ອງຂໍໃຫ້ ສະເດັດເຈົ້າ ສຸພານຸວົງ ຂ້າມໄປນະຄອນພະນົມເພື່ອຫຼົບໄພເສຍກ່ອນ, ແຕ່ເພິ່ນຊໍ້າພັດ ບໍ່ຍອມໄປ ເພາະຕ້ອງບັນຊາ ແນວຮົບ,
ສະເດັດເຈົ້າ ສຸພານຸວົງ ໄດ້ເວົ້າຂຶ້ນວ່າ:" ຈະໜີຈາກປະຊາຊົນໄດ້ຢ່າງໃດ ໃນເມື່ອເມືອງ ທ່າແຂກ ຍັງມີນັກຮົບກູ້ຊາດ ຕໍ່ສູ້ກັບສັດຕູຢູ່ ''.ຄຳເວົ້າດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມ
ກ້າຫານ ແລະ ເດັດດ່ຽວຕໍ່ສູ້ ຍອມເສຍສະຫຼະແມ່ນແຕ່ຊີວິດ ເພື່ອປະເທດຊາດ ເພື່ອປະຊາຊົນຂອງ ສະເດັດເຈົ້າ ສຸພານຸວົງ ຢ່າງແທ້ຈິງ!" ຄວາມຮັກຊາດ ຍ່ອມແຮງກ່ວາ ຄວາມຕາຍ ”-
ແມ່ນ ຄຳເວົ້າ ໃນຕອນແລງ ຂອງວັນພະຫັດ, 21 ມີນາ 1946 ຂອງ ສະເດັດເຈົ້າ ສຸພານຸວົງ ເມື່ອ ຖືກບາດເຈັບສາຫັດ ຈາກກະສູນປືນກົນ ຂອງເຮືອບິນ “ສະປິດໄຟຣ໌” ຂອງຝຣັ່ງ ເວລາຂ້າມນຳ້ຂອງ ໂດຍເຮືອຈັກນ້ອຍ.ເຮືອຍັງເຫລືອລຳດຽວ, ຈັກເຮືອເພ ຈິ່ງມີນັກຮັກຊາດຈຳນວນຫນຶ່ງ ຕ້ອງລົງນຳ້ ທັງລອຍທັງດັນເຮືອ ຂ້າມນຳ້ຂອງ ໄປທາງ ນະຄອນພະນົມ(ປະເທດໄທ).ເລືອດ ຂອງ ສະເດັດເຈົ້າ ສຸພານຸວົງ ໄຫລອອກຈາກບາດແຜ ໄດ້ລິນຫລັ່ງລົງ ນຳ້ຂອງ ປົນກັບກະແສເລືອດ ຂອງປະຊາຊົນ ຄົນຮັກຊາດ ວິລະຊົນ ໃນວັນນັ້ນ.ລູກກະສູນ ໄດ້ຈີກເນື້ອຫນັງ ເຂົ້າດ້ານຫລັງ ຫ່າງໄປທາງກຳ້ຊ້າຍ ຂອງກະດູກສັນຫລັງ, ດັກລົງລຸ່ມຫົວໃຈ ທີ່ສູບສີດເລືອດຮັກຊາດ ຢ່າງວຸດວິດ, ແລ້ວ ຊອດອອກຂ້າງຊ້າຍ ທຳລາຍ ອະໄວຍະວະ ພາຍໃນ ແລະ ເຮັດໃຫ້ກະດູກຂ້າງ ແຕກຫັກ ສອງ ຊີກ.ພາຍຫລັງ ການຜ່າຕັດ ແລະປິ່ນປົວ ບາດແຜ ໄລຍະຫນຶ່ງ ຢູ່ ປະເທດໄທ ຈົນຫາຍຂາດ ຢ່າງມະຫັດສະຈັນ, ສະເດັດເຈົ້າ ສຸພານຸວົງ ໄດ້ກັບຄືນ ບ້ານເກີດເມືອງນອນ ແລະສືບຕໍ່ ນຳພາການຕໍ່ສູ້ມີໄຊ ຂອງປະຊາຊົນ ເພື່ອ ເອກະລາດ ແລະ ອະທິປະໄຕ ຂອງເມືອງລາວ.ສົງຄາມຮຸກຮານເມືອງທ່າແຂກ ໃນວັນທີ່ 21 ມີນາ 1946 ຂອງພວກລ່າເມືອງຂຶ້ນຝຣັ່ງ ໄດ້ສັງຫານປະຊາຊົນຊາວເມືອງທ່າແຂກ ຜູ້ບໍລິສຸດປະມານ 3000 ຄົນຊິ່ງໃນນັ້ນ 1/5 (ຫນຶ່ງໃນຫ້າ)  ແມ່ນ ເດັກນ້ອຍ.ສອງວັນຜ່ານໄປ ຊາກສົບກໍເລີ່ມເນົ່າໃຄ່ລະ ຟູຂຶ້ນທົ່ວໜ້ານໍ້າ ແມ່ນໍ້າຂອງ ສົ່ງກິ່ນເໝັນສະເອືອນໄປທົ່ວບໍລິເວນ,ວັນດັ່ງກ່າວ ຈິ່ງໄດ້ກາຍມາເປັນ ວັນຄຽດແຄ້ນ ຫາອັນປຽບບໍ່ໄດ້ ຂອງປະຊາຊົນລາວ ບັນດາເຜົ່າ ໂດຍສະເພາະ ຊາວເມືອງທ່າແຂກ ວິລະຊົນ!

ຂໍຂອບໃຈຂໍ້ມູນຈາກເວັບໄຊທ໌: บ้านา ประวัติศาสตร์

ความคิดเห็น

โพสต์ยอดนิยมจากบล็อกนี้

ບົດອະທິບາຍ-ພິສູດ-ວິຈານ

 1/ ອະທິບາຍ - ພິສູດ ຄຳສຸພາສິດທີ່ວ່າ " ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່" (ພາບຈາກ Facebook) 2/ ອະທິບາຍ - ວິຈານ ຄຳກອນທີ່ວ່າ " ເປັນຄົນໃຫ້ຕໍ່ຕັ້ງ     ບາກບັ່ນພຽນສຶກສາ ມີປັນຍາປະດັບຕົນ     ຊິຮຸ່ງເຮືອງເມື່ອໜ້າ ເອົາວິຊາຄວາມຮູ້     ເປັນທຶນຮອນດຳລົງຊີບ ຫຼາຍສິບປີຈົນແກ່ເຖົ້າ     ນຳໃຊ້ຕະຫຼອດການນັ້ນແລ້ວ " (ຂອບໃຈພາບຈາກ Facebook ) 3/ ອະທິບາຍ ພິສູດ - ວິຈານ ຄຳສຸພາສິດທີ່ວ່າ " ສູ້ຊົນພົ້ນທຸກ     ມີສຸກພາຍຫຼັງ " (ພາບຈາກ:facebook) (ພາບຈາກ facebook ) 4/ ອະທິບາຍ ພິສູດ - ວິຈານ ຄຳສຸພາສິດທີ່ວ່າ " ຄົນບໍ່ອອກຈາກບ້ານ     ບໍ່ເຫັນດ່ານແດນໄກ ຄົນບໍ່ໄປຫາຮຽນ     ບໍ່ຫ່ອນມີຄວາມຮູ້ " (ພາບຈາກ Facebook ) 5/. ອະທິບາຍ ພິສູດ - ວິຈານ ຄຳເວົ້າທີ່ວ່າ " ມີຄວາມຮູ້ ຄວາມສາມາດ ແຕ່ຂາດຄຸນສົມບັດ ແມ່ນໃຊ້ການບໍ່ໄດ້ " (ພາບຈາກ Facebook) 6/ ອະທິບາຍ-ວິຈານຄຳເວົ້າທີ່ວ່າ: "  ນັກປະພັນ , ນັກກະວີແມ່ນຫູແມ່ນຕາແມ່ນກະບອກສຽງຂອງຊົນຊັ້ນ " (ພາບຈາກເພື່ອນ ຊູມເບິ່ງ555) (ພາບຈາກເພື່ອນ) ຫົວບົດ : ອະທິບາຍ - ວິຈານ ຄຳສຸພາສິດທີ່ວ່າ "  ໄມ້ຄົດເອົາໄວ້ເຮັດຂໍ  ...

ແປສັບ

           (ภาพจากอินเตอร์เน็ต) 1/ ມະຫາເທວີ = ນາງກະສັດຜູ້ຍິ່ງໃຫຍ່ 2/ ສະຖາປະນາ = ການແຕ່ງຕັ້ງ ຫຼື ການສ້າງຕັ້ງຂື້ນ 3/ ບັນລັງ = ບ່ອນປະທັບຂອງເຈົ້າແຜ່ນດິນ 4/ ເຈົ້າອຸປະຣາດ = ຮອງເຈົ້າຊິວິດ 5/ ລາຊະວັງ = ຫໍຜາສາດຂອງພະເຈົ້າແຜ່ນດິນ 6/ ພາກພື້ນ = ຂົງເຂດປະເທດ 7/ ສະຫະພາບ = ລັດຫຼາຍລັດທີ່ໂຮມຕົວເຂົ້າກັນເພື່ອດຳເນີນກິດຈະການທົ່ວໄປ 8/ ສາກົນ = ທົ່ວໂລກ 9/ ສະຫະລັດ = ລັດຫຼາຍລັດທີ່ໂຮມເຂົ້າກັນພາຍໃຕ້ລັດຖະທຳມະນູນດຽວກັນ 10/ ອຸທະຍານ = ສວນສາທາລະນະ 11/ ບັນພະບຸລຸດ = ຜູ້ທີ່ເປັນກົກເຄົ້າວົງຕະກູນ 12/ ກະບົດ = ຄວາມຄົດ, ຄວາມບໍ່ຊື່ຕົງ 13/ ບັນນາການ = ສິ່ງຂອງທີ່ມອບໃຫ້ເພື່ອສະແດງເຖິງອຳນາດຂອງອີກຝ່າຍ 14/ ອັກສອນສາດ = ວິຊາເນັ້ນໜັກກ່ຽວກັບພາສາແລະວັນນະຄະດີ 15/ ພະຊົນມາຍຸ = ອາຍຸ 16/ ລາຊະການ = ວຽກງານຂອງພະເຈົ້າແຜ່ນດິນໃນໄລຍະທີ່ຂຶ້ນປົກຄອງ 17/ ສະຖາປະນິກ = ນັກກໍ່ສ້າງ, ນັກອອກແບບ 18/ ປະຕິສັງຂອນ = ການປົດແປງໃຫ້ດີຄືເກົ່າ 19/ ວິລະກຳ = ການກະທຳທີ່ໄດ້ຮັບຜົນຍ້ອງຍໍແລະຄວາມອົງອາດກ້າຫານຂອງຜູ້ກະທຳ 20/ ລາສະດອນ = ພົນລະເມືອງຂອງປະເທດ

ສົງຄາມໂລກ ແລະ ຄວາມເປັນມາຂອງສົງຄາມ

                               (ภาพจากอินเตอร์เน็ต) 1/ ສົງຄາມໂລກຄັ້ງທີ່ໜຶ່ງເກີດຂື້ນເມື່ອວັນທີ່ 1 ສິງຫາ   ຄສ 1914-11 ພະຈິກ  1918 2/ ສາເຫດສົງຄາມໂລກຄັ້ງທີ່ໜຶ່ງເກີດຈາກ 4 ປັດໃຈດັ່ງນີ້: - ການລ່າອານານິຄົມ - ການແຂ່ງຂັນສະສົມອາວຸດ ແລະ ກອງທັບ - ການຈັບມືເປັນພັນທະມິດ - ການປັ່້ນກະແສຊາດນິຍົມ 4/ ສົງຄາມໂລກຄັ້ງທີ່ສອງເກີດຂຶ້ນເມື່ອວັນທີ 1/09/1939-02/09/1945 5/ ປະເທດທີ່ເຂົ້າຮ່ວມສົງຄາມໂລກຄັ້ງທີ່ໜຶ່ງມີ 36 ປະເທດ 6/ ຈຳນວນພົນທີ່ເຂົ້າຮ່ວມສົງຄາມໂລກຄັ້ງທີ່ໜຶ່ງມີ 1ຕື້ ຄົນ 7/ ສົງຄາມໂລກຄັ້ງທີ່ໜຶ່ງມີຄົນເສຍຊິວິດປະມານ 10ລ້ານຄົນ 8/ ປະເທດທີ່ເຂົ້າຮ່ວມສົງຄາມໂລກຄັ້ງທີ່ສອງມີ 61 ປະເທດ 9/ ຈຳນວນພົນທີ່ເຂົ້າຮ່ວມສົງຄາມໂລກຄັ້ງທີ່ສອງມີປະມານ 1,7ຕື້ຄົນ 10/ ສົງຄາມໂລກຄັ້ງທີ່ສອງມີຄົນເສຍຊິວິດປະມານ 58 ລ້ານຄົນ 11/ ສົງຄາມໂລກຄັ້ງທີ່ສອງເກີດຂຶ້ນຍ້ອນສັນຍາສັນຕິພາບເຊິ່ງແມ່ນຊາດມະຫາອຳນາດທີ່ຊະນະສົງຄາມໂລກຄັ້ງທີ່ໜຶ່ງເປັນຜູ້ຄິດຂື້ນມາເປັນສົນທິສັນຍາທີ່ມີແຕ່ໄດ້ກັບໄດ້ສົນທິສັນຍາທີ່ວ່າແມ່ນ"ສົນທິສັນຍາແວຊາຍ"ເຊິ່ງຄົນເຢຍລະມັນທັງຊາດວ່າເປັນສົນທິສັນຍາທີ່ບໍ່ເປັນທຳກັບຄົນເຢຍລະມັນເລີ...