ข้ามไปที่เนื้อหาหลัก

ສົງຄາມໂລກ ແລະ ຄວາມເປັນມາຂອງສົງຄາມ

                              
(ภาพจากอินเตอร์เน็ต)
1/ ສົງຄາມໂລກຄັ້ງທີ່ໜຶ່ງເກີດຂື້ນເມື່ອວັນທີ່ 1 ສິງຫາ ຄສ 1914-11 ພະຈິກ 1918
2/ ສາເຫດສົງຄາມໂລກຄັ້ງທີ່ໜຶ່ງເກີດຈາກ 4 ປັດໃຈດັ່ງນີ້:
- ການລ່າອານານິຄົມ
- ການແຂ່ງຂັນສະສົມອາວຸດ ແລະ ກອງທັບ
- ການຈັບມືເປັນພັນທະມິດ
- ການປັ່້ນກະແສຊາດນິຍົມ
4/ ສົງຄາມໂລກຄັ້ງທີ່ສອງເກີດຂຶ້ນເມື່ອວັນທີ 1/09/1939-02/09/1945
5/ ປະເທດທີ່ເຂົ້າຮ່ວມສົງຄາມໂລກຄັ້ງທີ່ໜຶ່ງມີ 36 ປະເທດ
6/ ຈຳນວນພົນທີ່ເຂົ້າຮ່ວມສົງຄາມໂລກຄັ້ງທີ່ໜຶ່ງມີ 1ຕື້ ຄົນ
7/ ສົງຄາມໂລກຄັ້ງທີ່ໜຶ່ງມີຄົນເສຍຊິວິດປະມານ 10ລ້ານຄົນ
8/ ປະເທດທີ່ເຂົ້າຮ່ວມສົງຄາມໂລກຄັ້ງທີ່ສອງມີ 61 ປະເທດ
9/ ຈຳນວນພົນທີ່ເຂົ້າຮ່ວມສົງຄາມໂລກຄັ້ງທີ່ສອງມີປະມານ 1,7ຕື້ຄົນ
10/ ສົງຄາມໂລກຄັ້ງທີ່ສອງມີຄົນເສຍຊິວິດປະມານ 58 ລ້ານຄົນ
11/ ສົງຄາມໂລກຄັ້ງທີ່ສອງເກີດຂຶ້ນຍ້ອນສັນຍາສັນຕິພາບເຊິ່ງແມ່ນຊາດມະຫາອຳນາດທີ່ຊະນະສົງຄາມໂລກຄັ້ງທີ່ໜຶ່ງເປັນຜູ້ຄິດຂື້ນມາເປັນສົນທິສັນຍາທີ່ມີແຕ່ໄດ້ກັບໄດ້ສົນທິສັນຍາທີ່ວ່າແມ່ນ"ສົນທິສັນຍາແວຊາຍ"ເຊິ່ງຄົນເຢຍລະມັນທັງຊາດວ່າເປັນສົນທິສັນຍາທີ່ບໍ່ເປັນທຳກັບຄົນເຢຍລະມັນເລີຍເຊິ່ງສັນຍາດັ່ງກ່າວ ຄົນເຢຍລະມັນຕ້ອງເປັນຝ່າຍເສຍແລະສົດໄຊ້ຄ່າປະຕິກຳສົງຄາມແລະເສຍທັງດິນແດນບາງສ່ວນຈິ່ງເກິດມີສົງຄາມຂື້ນ

ສົງຄາມໂລກຄັ້ງທີ II

ສົງຄາມໂລກຄັ້ງທີສອງ ເປັນສົງຄາມທີ່ກວ້າງໃຫ່ຍ ແລະກວມທັງໂລກ ເຊິ່ງກິນເວລາ ຕັ້ງແຕ່ປີ 1939-1945  ປະເທດສວ່ນໃຫ່ຍໃນໂລກມີສວ່ນກ່ຽວຂອ້ງ ແລະໄດ້ແບ່ງອອກ ເປັນສອງຝ່າຍຄື: ຝ່າຍສຳພັນທະມິດມີ ປະເທດຕ່າງໆທີ່ຖືກຮຸກຮານກອ່ນເຊັ່ນ ຝະລັ່ງ ອັງກິດ ລັດເຊຍ ແລະສະຫະລັດອາເມລິກາ, ແລະຝ່າຍອັກສະ ມີ ພັກນາຊີເຢຍລະມັນນຳໂດຍຮີດເລີ ອີຕະລີ ແລະຍີ່ປຸ່ນ. ເປັນສົງຄາມທີ່ໃຊ້ທະຫານ 100 ລ້ານຄົນຈາກ 30 ປະເທດທີ່ເຂົ້າຮວ່ມໂດຍກົງ ສາເຫດຕົ້ນໆແມ່ນຜົນມາຈາກ ສົນທິສັນຍາແວຊາຍ  ຄືເຢຍລະມັນຕອ້ງຮັບຜິດຊອບ ຜົນເສຍຫາຍຈາກສົງຄາມໂລກຄັ້ງທີ່ໜຶ່ງ ເພາະເປັນຜູ້ກໍ່ສົງຄາມ ຖືກປົດອາວຸດ ເສຍດິນແດນ ລວມຕອ້ງຮັບໃຊ້ຫນີ້ສົງຄາມໃຫ້ແກ່ປະເທດພາຄີ (ຝຣັ່ງ, ອັງກິດ ແລະ ລັດເຊຍ)ເປັນຈຳນວນເງິນ 31,400 ລ້ານດອນລາ ເຊິ່ງຈະຕອ້ງໃຊ້ຫຫນີ້ຈົນຮອດ 1988 ( 92 ປີ) ເຢຍລະມັນບໍ່ຍອມຮັບແລະ ບໍ່ປະຕິບັດຕາມສົນທິສັນຍາແວຊາຍ ໂດຍເລີ້ມຕົ້ນເຂົ້າຮຸກຮານ ໂປແລນ  ໃນວັນທີ 1/9/1936 ເພື່ອຫວັງຈະຢາກໄດ້ດິນແດນຄືນ ເຊິ່ງຕອນນັ້ນມີ ອັງກິດ  ແລະ ຝຣັ່ງ ປົກຄອງໂປແລນຢູ່ ຈຶ່ງປະກາດສົງຄາມກັນ ,ຮອດປີ 1941 ເຢຍລະມັນສາມາດຄວບຄຸມທະວີບ ເອີຮົບ ໄດ້ເປັນສວ່ນໃຫ່ຍ ແລະໄດ້ຕັ້ງພັນທະມິດອັກສະ ຄື ຍີ່ປຸ່ນ ແລະ ອີຕະລີ , ເຊິ່ງພັນທະມິດອັກສະ ກໍ່ຂະຫຍາຍອຳນາດໂດຍເຂົ້າບຸກໂຈມຕີແບບຍືດເຍື້ອ ເພາະຝ່າຍອັກສະຕອ້ງການຈະເປັນເຈົ້າໂລກ. ໃນປີ 1941 ເຢຍລະມັນບຸກໂຈມຕີ ລັດເຊຍແບບສົງຄາມພາກພື້ນດິນໃຫ່ຍທີ່ສຸດໃນປະຫວັດສາດ ມັນໄດ້ເຮັດໃຫ້ເຍຽລະມັນເສຍກຳລັງທະຫານຫລາຍແລະອ່ອນເພຍລົງ, ສວ່ນຍີ່ປຸ່ນກໍ່ເຂົ້າບຸກໂຈມຕີຈີນປະເທດອານານິຄົມຂອງເອີຣົບໃນເອເຊຍ ແລະ ສະຫະລັດອາເມລິກາ ໄດ້ຮັບໄຊຊະນະຕອນຕົ້ນ ແຕ່ມາເສຍໄຊໃຫ້ສະຫະລັດອາເມລິກາ ໃນປີ ຄສ 1942 ຕອນທີ່ເຂົ້າບຸກເກາະຮາວາຍ ແລະຕໍ່ມາເຢຍລະມັນ ກໍມາ ເສຍໄຊໃຫ້ ລັດເຊຍ ທີ່ສະຕາລິນກາດ ໃນປີ 1943 ການເສຍໄຊຫລາຍແຫ່ງ ເຮັດໃຫ້ຝ່າຍອັກສະຢຸດການໂຈມຕີ. ຈາກນັ້ນ ຝ່າຍສຳພັນທະມິດ ບຸກຕີປະເທດອີຕາລີ ( ອີຕະລີ ຍອມຈຳນົນ), ໃນປີ 1944 ລັດເຊຍໄດ້ບຸກຕີຍຶດຄອງປະເທດເຢຍລະມັນແລະຍຶດດິນແດນທີ່ເສຍໄປຄືນ ສວ່ນຍີ່ປຸ່ນກໍ່ເສຍໄຊໃນທະວີບເອເຊຍທາງພາກກາງແລະພາກໃຕ້ຂອງຈີນແລະພະມ້າໃນທີ່ສຸດ

=>ສົງຄາມໃນເອີຣົບໄດ້ຍຸດຕິລົງຫລັງຈາກກອງທັງແດງເຂົ້າຍຶດເມືອງເບີລີນ ເຢຍລະມັນຕອ້ງຍອມແພ້ ຢ່າງບໍ່ມີເງື່ອນໄຂ ໃນວັນທີ 8/8/1945, ສວ່ນຍີ່ປຸ່ນບໍ່ຍອມແພ້ຈົນມີການຖິ້ມລະເບີດ ນິວເຄຍສອງລູກທີ່ ຮິໂຣຊິມາ ນາກາຊາກິ ແລະກຽວໂຕ ຈຶ່ງນຳໄປສູ່ການຍອມຈຳນົນຢ່າງເປັນ ທາງການໃນວັນທີ່ 2/12/1945 ຝ່າຍສຳພັນທະມິດເປັນຝ່າຍໄດ້ຮັບໄຊຊະນະ.

ຜົນໄດ້ຮັບຈາກສົງຄາມໄດ້ປ່ຽນແປງແນວທາງການເມືອງແລະແນວທາງຂອງໂລກ, ໄດ້ເກີດມີ ສະຫະປະຊາຊາດເພື່ອສົ່ງເສີມການຣວ່ມມືແລະປອ້ງກັນຄວາມຂັດແຍ້ງ, ລັດເຊຍແລະອາເມລິກາກາຍເປັນສອງປະເທດມະຫາອຳນາດໃນໂລກແລະກາຍເປັນຄູ່ປໍລະປັກກັນ,ເຊິ່ງເຫັນໄດ້ໃນສົງຄາມເຢັນ.ໃນເຢຍລະມັນແລະໃນທະວີບອາຊີແລະທະວີບອາຟິກກາກໍ່ມີການຣຽກຮອ້ງເອກກະລາດຂອງຕົນພອ້ມໆກັນຫລາຍປະເທດກໍ່ຣີບຮອ້ນຟື້ນຟູເສດຖະກິດແລະບູລະນະທາງດາ້ນການເມືອງ ເພື່ອຮັກສາສະຖຽນລະພາບຄວາມສຳພັນຫລັງສົງຄາມ.

ສົງຄາມໂລກຄັ້ງທີສອງເປັນສົງຄາມເກີດໃຫ້ມີການຮວ່ມມືຢ່າງບໍ່ເຄີຍມີມາກອ່ນເພື່ອລະດົມຄົນເຂົ້າມາເຮັດປະຫັດປະຫານກັນ ເຊິ່ງປະຊາຊົນກໍ່ມີສວ່ນເຂົ້າມາຮວ່ມຢ່າງປະຕິເສດບໍ່ໄດ້. ໄດ້ສ້າງຜົນເສຍຫາຍຢ່າງໃຫ່ຍຫຼວງເຊິ່ງໃນຊວ່ງສົງຄາມພັກນາຊີເຢຍລະມັນ ຍັງມີການ ຕໍ່ຕ້ານຊາວຢິວ ເຮັດໃຫ້ຊາວຢິວຕອ້ງເສຍຊີວິດຢ່າງຫຼວງຫຼາຍ.ຈາກການປະເມີນ ຊວ່ງສົງຄາມມີຄົນເສຍຊີວິດປະມານ 50-85 ລ້ານຄົນຖືໄດ້ວ່າເປັນສົງຄາມທີ່ໃຫ່ຍໃນປະຫວັດສາດ

ຂໍ້ມູນຈາກ:Wikipedia ຂໍຂອບໃຈ


ความคิดเห็น

โพสต์ยอดนิยมจากบล็อกนี้

ບົດອະທິບາຍ-ພິສູດ-ວິຈານ

 1/ ອະທິບາຍ - ພິສູດ ຄຳສຸພາສິດທີ່ວ່າ " ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່" (ພາບຈາກ Facebook) 2/ ອະທິບາຍ - ວິຈານ ຄຳກອນທີ່ວ່າ " ເປັນຄົນໃຫ້ຕໍ່ຕັ້ງ     ບາກບັ່ນພຽນສຶກສາ ມີປັນຍາປະດັບຕົນ     ຊິຮຸ່ງເຮືອງເມື່ອໜ້າ ເອົາວິຊາຄວາມຮູ້     ເປັນທຶນຮອນດຳລົງຊີບ ຫຼາຍສິບປີຈົນແກ່ເຖົ້າ     ນຳໃຊ້ຕະຫຼອດການນັ້ນແລ້ວ " (ຂອບໃຈພາບຈາກ Facebook ) 3/ ອະທິບາຍ ພິສູດ - ວິຈານ ຄຳສຸພາສິດທີ່ວ່າ " ສູ້ຊົນພົ້ນທຸກ     ມີສຸກພາຍຫຼັງ " (ພາບຈາກ:facebook) (ພາບຈາກ facebook ) 4/ ອະທິບາຍ ພິສູດ - ວິຈານ ຄຳສຸພາສິດທີ່ວ່າ " ຄົນບໍ່ອອກຈາກບ້ານ     ບໍ່ເຫັນດ່ານແດນໄກ ຄົນບໍ່ໄປຫາຮຽນ     ບໍ່ຫ່ອນມີຄວາມຮູ້ " (ພາບຈາກ Facebook ) 5/. ອະທິບາຍ ພິສູດ - ວິຈານ ຄຳເວົ້າທີ່ວ່າ " ມີຄວາມຮູ້ ຄວາມສາມາດ ແຕ່ຂາດຄຸນສົມບັດ ແມ່ນໃຊ້ການບໍ່ໄດ້ " (ພາບຈາກ Facebook) 6/ ອະທິບາຍ-ວິຈານຄຳເວົ້າທີ່ວ່າ: "  ນັກປະພັນ , ນັກກະວີແມ່ນຫູແມ່ນຕາແມ່ນກະບອກສຽງຂອງຊົນຊັ້ນ " (ພາບຈາກເພື່ອນ ຊູມເບິ່ງ555) (ພາບຈາກເພື່ອນ) ຫົວບົດ : ອະທິບາຍ - ວິຈານ ຄຳສຸພາສິດທີ່ວ່າ "  ໄມ້ຄົດເອົາໄວ້ເຮັດຂໍ  ...

ແປສັບ

           (ภาพจากอินเตอร์เน็ต) 1/ ມະຫາເທວີ = ນາງກະສັດຜູ້ຍິ່ງໃຫຍ່ 2/ ສະຖາປະນາ = ການແຕ່ງຕັ້ງ ຫຼື ການສ້າງຕັ້ງຂື້ນ 3/ ບັນລັງ = ບ່ອນປະທັບຂອງເຈົ້າແຜ່ນດິນ 4/ ເຈົ້າອຸປະຣາດ = ຮອງເຈົ້າຊິວິດ 5/ ລາຊະວັງ = ຫໍຜາສາດຂອງພະເຈົ້າແຜ່ນດິນ 6/ ພາກພື້ນ = ຂົງເຂດປະເທດ 7/ ສະຫະພາບ = ລັດຫຼາຍລັດທີ່ໂຮມຕົວເຂົ້າກັນເພື່ອດຳເນີນກິດຈະການທົ່ວໄປ 8/ ສາກົນ = ທົ່ວໂລກ 9/ ສະຫະລັດ = ລັດຫຼາຍລັດທີ່ໂຮມເຂົ້າກັນພາຍໃຕ້ລັດຖະທຳມະນູນດຽວກັນ 10/ ອຸທະຍານ = ສວນສາທາລະນະ 11/ ບັນພະບຸລຸດ = ຜູ້ທີ່ເປັນກົກເຄົ້າວົງຕະກູນ 12/ ກະບົດ = ຄວາມຄົດ, ຄວາມບໍ່ຊື່ຕົງ 13/ ບັນນາການ = ສິ່ງຂອງທີ່ມອບໃຫ້ເພື່ອສະແດງເຖິງອຳນາດຂອງອີກຝ່າຍ 14/ ອັກສອນສາດ = ວິຊາເນັ້ນໜັກກ່ຽວກັບພາສາແລະວັນນະຄະດີ 15/ ພະຊົນມາຍຸ = ອາຍຸ 16/ ລາຊະການ = ວຽກງານຂອງພະເຈົ້າແຜ່ນດິນໃນໄລຍະທີ່ຂຶ້ນປົກຄອງ 17/ ສະຖາປະນິກ = ນັກກໍ່ສ້າງ, ນັກອອກແບບ 18/ ປະຕິສັງຂອນ = ການປົດແປງໃຫ້ດີຄືເກົ່າ 19/ ວິລະກຳ = ການກະທຳທີ່ໄດ້ຮັບຜົນຍ້ອງຍໍແລະຄວາມອົງອາດກ້າຫານຂອງຜູ້ກະທຳ 20/ ລາສະດອນ = ພົນລະເມືອງຂອງປະເທດ