1/ ອະທິບາຍ - ພິສູດ ຄຳສຸພາສິດທີ່ວ່າ "ໃຫ້ຕື່ນເດິກຄືກາ ໃຫ້ຫາກິນຄືໄກ່"
" ເປັນຄົນໃຫ້ຕໍ່ຕັ້ງ ບາກບັ່ນພຽນສຶກສາ
ມີປັນຍາປະດັບຕົນ ຊິຮຸ່ງເຮືອງເມື່ອໜ້າ
ເອົາວິຊາຄວາມຮູ້ ເປັນທຶນຮອນດຳລົງຊີບ
| (ຂອບໃຈພາບຈາກ Facebook ) |
3/ ອະທິບາຍ ພິສູດ - ວິຈານ ຄຳສຸພາສິດທີ່ວ່າ " ສູ້ຊົນພົ້ນທຸກ ມີສຸກພາຍຫຼັງ "
| (ພາບຈາກ facebook ) |
4/ ອະທິບາຍ ພິສູດ - ວິຈານ ຄຳສຸພາສິດທີ່ວ່າ" ຄົນບໍ່ອອກຈາກບ້ານ ບໍ່ເຫັນດ່ານແດນໄກ
ຄົນບໍ່ໄປຫາຮຽນ ບໍ່ຫ່ອນມີຄວາມຮູ້ "
| (ພາບຈາກ Facebook ) |
5/. ອະທິບາຍ ພິສູດ - ວິຈານ ຄຳເວົ້າທີ່ວ່າ " ມີຄວາມຮູ້ ຄວາມສາມາດ ແຕ່ຂາດຄຸນສົມບັດ ແມ່ນໃຊ້ການບໍ່ໄດ້ "
| (ພາບຈາກ Facebook) |
6/ ອະທິບາຍ-ວິຈານຄຳເວົ້າທີ່ວ່າ: " ນັກປະພັນ , ນັກກະວີແມ່ນຫູແມ່ນຕາແມ່ນກະບອກສຽງຂອງຊົນຊັ້ນ "
| (ພາບຈາກເພື່ອນ ຊູມເບິ່ງ555) |
| (ພາບຈາກເພື່ອນ) |
ຫົວບົດ : ອະທິບາຍ - ວິຈານ ຄຳສຸພາສິດທີ່ວ່າ " ໄມ້ຄົດເອົາໄວ້ເຮັດຂໍ ເຫຼັກງໍເອົາໄວ້ເຮັດກ່ຽວ
ຄົນຄົດລ້ຽວ ເອົາໄວ້ບໍ່ດີ "
ຢູ່ໃນທຳມະຊາດ, ພວກເຮົາເຄີຍເຫັນວັດຖຸທີ່ມີຮູບຮ່າງຫຼາຍຮູບແບບ, ຫຼາຍລັກສະນະ ແລະ ໃຫ້ຄຸນຄ່າແຕກຕ່າງກັນຄືດັ່ງກັບຊີວິດຂອງຄົນເຮົາ ທີ່ດຳລົງຊີວິດຢູ່ໃນສັງຄົມ ກໍລ້ວນແຕ່ມີຄົນດີ ແລະ ຄົນບໍ່ດີປົນເປກັນໄປ ແຕ່ສ່ວນຄົນບໍ່ດີນັ້ນ ພວກເຮົາບໍ່ຄວນໃຫ້ຢູ່ໃນສັງຄົມຂອງພວກເຮົາ ດັ່ງນັ້ນ, ຈິ່ງສອດຄ່ອງກັບຄຳສຸພາສິດທີ່ວ່າ " ໄມ້ຄົດເອົາໄວ້ເຮັດຂໍ ເຫຼັກງໍເອົາໄວ້ເຮັດກ່ຽວ ຄົນຄົດລ້ຽວ ເອົາໄວ້ບໍ່ດີ "
ຄຳວ່າໄມ້ຄົດແມ່ນໄມ້ທີ່ກົ່ງ ບໍ່ຊື່ ແລະ ຄົດໂຄໂງເງ ແຕ່ເຖິິງວ່າມັນຈະຄົດລ້ຽວປານໃດກໍ່ຕາມແຕ່ມັນກໍ່ຍັງມີປະໂຫຍດ ແລະ ໃຫ້ຄຸນຄ່າຫຼາຍສິ່ງຫຼາຍຢ່າງແກ່ຄົນເຮົາຢ່າງຫລວງຫລາຍເຊັ່ນວ່າ:ເອົາເຮັດຂໍເກາະຫ້ອຍວັດຖຸສິ່ງຂອງຕ່າງໆ ໃນເຮືອນຊານ ເຮັດຂໍເກາະໂສ້ງ, ເສື້ອ, ຖົງ ແລະ ອື່ນໆ...ພ້ອມກັນນັ້ນເມື່ອເວົ້າເຖິິງເຫຼັກງໍກໍ່ເຊັ່ນດຽວກັນກັບໄມ້ມັນມີຄຸນຄ່າ ແລະປະໂຫຍດ ເປັນການສະດວກສະບາຍໃຫ້ຊ່າງຕີເຫຼັກເພື່ອນໍາເອົາໄປຕີກ່ຽວເພື່ອເປັນເຄື່ອງມືນຳເອົາໄປອອກແຮງງານເຊັ່ນວ່າ:ກ່ຽວເຂົ້າກ່ຽວຫຍ້າຫຼືນຳໄປຕີເປັນແວກເພື່ອເສຍຫຍ້າ ແລະ ນຳໄປຕີເປັນອື່ນໆອີກ. ວັດຖຸສອງຢ່າງເຖິງຈະຄົດຈະງໍ ປານໃດມັນກໍ່ເປັນປະໂຫຍດ ແລະ ໃຫ້ຄຸນຄ່າຫຼາຍສິ່ງຫຼາຍຢ່າງໃນການຊົມໃຊ້ຂອງຄົນເຮົາ ຄຳສຸພາສິດທີ່ກ່າວມາຂ້າງເທິງນັ້ນ, ຍັງບໍ່ທັນພຽງພໍເມື່ອສົມທຽບໃສ່ຄົນເຮົາແລ້ວກໍ່ມີຫຼາຍຮູບຫຼາຍແບບທີ່ແຕກຕ່າງກັນ. ນອກຈາກນັ້ນ, ກໍ່ຍັງມີແບບແຜນການດຳລົງຊີວິດບໍ່ຄືກັນ ທາງດ້ານແນວຄິດນິໄສໃຈຄໍກໍ່ແຕກຕ່າງກັນຢ່າງຂາດຂັ້ນ ແຕ່ເມື່ອສັງລວມແລ້ວຄົນເຮົາກໍ່ມີສອງປະເພດຄື: ຄົນຊື່ສັດແລະຄົນຄົດລ້ຽວ. ຄົນສອງປະເພດນີ້ທັດສະນະແຕກຕ່າງກັນຄື : ຄົນຄົດລ້ຽວແມ່ນຄົນໃຈດຳອຳມະຫິດ , ຂີ້ຕົວະ, ຫລອກລວງ, ຂີ້ລັກມັກຈົກ, ໂລບມາກໂລພາ, ຂາຍຊາດຂາຍປະຊາຊົນ,ຫນ້າໄຫວ້, ຫຼັງຫລອກ, ປາກໃຈສົ້ມ , ຄົນພວກນີ້ແມ່ນຄົນທີ່ບໍ່ສັດຊື່ກະບົດຄົດລ້ຽວກິນບ້ານກິນເມືອງກົດຂີ່ຂູດຮີດເນື້ອເຊື້ອໜັງຊື້ຈ້າງຈອບອອຍພ້ອມທັງກອບໂກຍເອົາວັດຖຸສິ່ງຂອງຕ່າງໆເພື່ອເອົາໄປສ້າງຮັ່ງ ຄົນຫາທາງລຳທາງລວຍ ໃຫ້ແກ່ພວກເຂົາ ຈາກນັ້ນຍັງແບ່ງຊົນຊັ້ນ, ຊົນຊາດບໍ່ມີຄວາມສາມັກຄີຊ້ຳບໍ່ໜຳພວກເຂົາຍັງຫາກິນບົນນ້ຳເຫື່ອນ້ຳໄຄຂອງປະຊາຊົນເຮົາເຊັ່ນວ່າ: ປະຊາຊົນເຮົາເປັນຄົນຜະລິດສິ່ງຂອງອອກມາແຕ່ພວດເຂົາແມ່ນຍາດແຍ່ງເອົາເປັນຂອງເຂົາ ອັນເຮັດໃຫ້ປະຊາຊົນຕົກທຸກໄດ້ຍາກອົດຢາກຂາດເຂີນດັ່ງຄຳສຸພາສິດທີ່ວ່າ"ຜູ້ກິນ ກິນພໍຮາກ ຜູ້ຢາກ ຢາກພໍຕາຍ"ນີ້ກໍ່ສະແດງໃຫ້ພວກເຮົາເຫັນວ່າ ຈຳພວກທີ່ບໍ່ດີເຊັ່ນ: ບຸນອຸ້ມ, ຜຸຍຊະນະ ນິກອນ, ກະຕ່າຍ. ບັນດາຊື່ທີ່ກ່າວມານີ້ແມ່ນຄົນທີ່ຂາຍຊາດ, ຂາຍປະຊາຊົນ ກົງກັນຂ້າມກັບຄົນທີ່ຊື່ສັດແລ້ວ ແມ່ນຄົນທີ່ມີນ້ຳໃຈບໍລິສຸດຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນພ້ອມນັ້ນກໍ່ພຽບພ້ອມ ດ້ວຍຄຸນສົມບັດອັນດີງາມມີຄວາມຮູ້ຄວາມສາມາດ ມີຄວາມສະຫຼຽວ ສະຫຼາດມີນ້ຳໃຈສັດຊື່ບໍລິສຸດ ຕໍ່ຊາດຕໍ່ປະຊາຊົນ ບຸກຄົນດັ່ງກ່າວຖ້າໄດ້ບໍລິຫານປະເທດຊາດແລ້ວກໍ່ຈະເຮັດໃຫ້ປະເທດຊາດບ້ານເມືອງມີຄວາມສະຫງົບສຸກ ແລະ ມີຄວາມຮຸ່ງເຮືອງສີວິໄລຈະເລີນກ້າວໜ້າ. ສຳລັບນັກຮຽນພວກເຮົາຍິ່ງມີຄວາມສຳຄັນຫຼາຍ ເພາະອານາຄົດຂອງຊາດໄດ້ຝາກຝັງ ໄວ້ນຳນັກຮຽນ ນັກສຶກສາເປັນຜູ້ສືບທອດພາລະກິດຂອງຊາດທຸກຄົນຕ້ອງໄດ້ເອົາໃຈໃສ່ສຶກສາຮ່ຳຮຽນໃຫ້ມີທັດສະນະຄຸນສົມບັດອັນດີງາມ ແລະ ກາຍເປັນພົນລະເມືອງດີຂອງຊາດ
(ສະຫຼຸບບັນຫາຄິດເອົາເດີ)
(ຂອບໃຈຂໍ້ມູນຈາກ Facebook ເກດສະໜາ2018)
ຫົວບົດ : ອະທິບາຍ - ພິສູດ ຄຳສຸພາສິດທີ່ວ່າ " ຮົ້ວຫຼາຍຫັຼກຈິ່ງໝັ້ນ ພີ່ນ້ອງຫຼາຍຊັ້ນຈິ່ງດີ "
ໃນການສ້າງສາພັດທະນາປະເທດຊາດ ບ້ານເມືອງໃຫ້ມີຄວາມສີວິໄລຮຸ່ງເຮືອງໄດ້ນັ້ນ ມັນໄດ້ຮຽກຮ້ອງຕ້ອງການໃຫ້ຄົນພາຍໃນຊາດມີຄວາມສາມັກຄີ ຮ່ວມແຮງຮ່ວມໃຈກັນ. ດັ່ງນັ້ນ, ຈິ່ງສອດຄ່ອງກັບຄຳສຸພາສິດທີ່ວ່າ"ຮົ້ວຫຼາຍຫຼັກຈິ່ງໝັ້ນພີ່ນ້ອງຫຼາຍຊັ້ນຈິ່ງດີ"
ແມ່ນແລ້ວຮົ້ວແມ່ນຕາໜ່າງທີ່ໃຊ້ໄວ້ປ້ອງກັນ ສັດສາວາສິ່ງ ຫຼືຜູ້ຮ້າຍອ້າຍຂະໂມຍ ທີ່ເຂົ້າມາຮຸກຮານຜົນລະປູກ ແລະຊັບສິນເງິນຄຳຂອງພວກເຮົາ. ສະນັ້ນ, ເວລາເຮັດຮົ້ວເຮັດ ມັນຕ້ອງການຄວາມໝັ້ນຄົງ ເພື່ອກັ້ນກາງການທຳລາຍຂອງສັດສາວາສິ່ງ ແລະ ອື່ນໆ. ກົງກັນຂ້າມຖ້າເຮັດຮົ້ວໃສ່ໄມ້ລຳດຽວຫຼືໜ້ອຍຫຼັກ ມັນກໍ່ຈະບໍ່ທົນທານ ແລະ ບໍ່ໝັ້ນໜຽວໃນທີ່ສຸດ ກໍ່ຈະເຮັດໃຫ້ງົວຄວາຍ ແລະ ສັດອື່ນໆເຂົ້າໄປທຳລາຍເຄື່ອງປູກຝັງຂອງພວກເຮົາ. ດັ່ງນັ້ນ, ໃນການເຮັດຮົ້ວເຮັດຮາວຕ້ອງໃຊ້ຫຼາຍຫຼັກຫຼາຍລຳຈິງໝັ້ນແກ່ນແໜ້ນໜາດີພ້ອມນີ້ເມື່ອເຮົາມາປຽບທຽບໃສ່ຄົນແລ້ວ ມັນກໍ່ຄືກັນກັບຄຳວ່າພີ່ນ້ອງຫຼາຍຊັ້ນຈິ່ງດີ ແມ່ນແທ້ຄົນຜູ້ໃດຫາກມີອ້າຍເອື້ອຍນ້ອງເພື່ອນຝູງຫຼາຍຄົນຜູ້ນັ້ນກໍ່ມີຄວາມສະດວກສະບາຍຫຼາຍຢ່າງ ເພາະວ່າມັນຈະຊ່ວຍພວກເຮົາ ໃນເວລາພົບອຸປະສັກຕ່າງໆ ກົງກັນຂ້າມຖ້າຫາກວ່າຜູ້ໃດຢູ່ໂດດດ່ຽວປ່ຽວພອຍຂາດຄວາມເອື້ອເຟື້ອເພື່ອແຜ່ຕໍ່ຜູ້ອື່ນແລ້ວເດັດຂາດຜູ້ນັ້ນຈະບໍ່ຊະນະກັບຄວາມຫຍຸ້ງຍາກ. ດັ່ງນັ້ນ, ຈິ່ງສອດຄ່ອງກັບຄຳສຸພາສິດທີ່ວ່າ" ຟື້ນດົ້ນດຽວດັງໄຟບໍ່ລຸກ" ຄົນເຮົາເມື່ອຢູ່ຮ່ວມກັນແລ້ວ ຈະຕ້ອງມີຄວາມສາມັກຄີຢ່າງກວ້າງຂວາງທຳມິດສະຫາຍກັບຫຼາຍຄົນຕໍ່ສູ້ທີ່ດີ ເພື່ອເປັນກ້ອນກຳລັງອັນມະຫາສານຜ່ານຜ່າກັບອຸປະສັກຕ່າງໆ ສອດຄ່ອງກັບຄຳສຸພາສິດທີ່ວ່າ"ຜົມບໍ່ຫຼາຍໃຫ້ຕື່ມຊ່ອງພີ່ນ້ອງບໍ່ຫຼາຍໃຫ້ຊອກສ່ຽວສະຫາຍເດີ" ນີ້ມັນກໍ່ສະແດງໃຫ້ເຮົາເຫັນໄດ້ວ່າມີຫຼາຍຄົນແມ່ນດີແທ້ ເຊັ່ນວ່າການປຸກຫໍຍໍເຮືອນຫຼື ເຮັດວຽກໜັກງານໜາ ມັນຕ້ອງຮຽກຮ້ອງຫາກຳລັງຫຼາຍຄົນຊ່ວຍອຸ້ມຊູຍູ້ໝູນເຊິ່ງກັນແລະກັນພ້ອມກັນເຮັດຊ່ວຍກັນທຳ ໜັກຊ່ວຍກັນຫາບ ຫຍາບຊ່ວຍກັນດຶງ ຊ່ວຍກັນແລກປ່ຽນຄຳຄິດເຫັນບໍ່ພຽງແຕ່ເທົ່ານັ້ນເມື່ອເວລາທຸກກໍ່ທຸກດ້ວຍກັນ ເຖິງຍາມສຸກກໍ່ສຸກດ້ວຍກັນບໍ່ຄິດກໍ່ພັກແຍກພວກແບ່ງກຸ່ມ ແບ່ງກ້ອນ ຢ້ານລື່ນ ຢ້ານເຫຼືອ ອິດສາບັງບຽດ ຫຼື ມີແນວຄິດເຫັນແກ່ສິດຜົນປະໂຫຍດສ່ວນຕົວ ສູງກວ່າສ່ວນລວມ ນອກຈາກບັນຫາທີ່ກ່າວມາຂ້າງເທິງນັ້ນ ຍັງບໍ່ທັນພຽງພໍຜູ້ທີ່ມີຄວາມສາມັກຄີ ຍັງຈະຕ້ອງຮູ້ຕຳໜິສົ່ງຂ່າວ ກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນດ້ວຍຄວາມຈິງໃຈເພື່ອພ້ອມກັນກ້າວຫນ້າ. ກົງກັນຂ້າມ ຖ້າຂາດຄວາມສາມັກຄີກໍ່ຈະບໍ່ມີຜົນຫຍັງແກ່ຕົນເອງ. ຊ້ຳບໍ່ໜຳຍັງເອົາຄາມເສຍຫາຍ ແລະຄວາມເດືອດຮ້ອນມາໃຫ້ຕົນເອງ, ດັ່ງຄຳສຸພາສິດທີ່ວ່າ"ໂຮມກັນເຮົາຢູ່ ແຍກໝູ່ເຮົາຕາຍ"ນີ້ກໍ່ສະແດງໃຫ້ເຫັນວ່າ ຖ້າຂາດຄວາມສາມັກຄີແລ້ວເຮົາກໍ່ຈະຢູ່ນຳໝູ່ແລະສັງຄົມບໍ່ໄດ້ ນີ້ມັນກໍ່ເຊັ່ນດຽວກັນ ຢາກໃຫ້ປະເທດຊາດ ມີຄວາມຈະເລີນຮຸ່ງເຮືອງມັນບໍ່ແມ່ນແຕ່ຜູ້ດຽວຈະມາສ້າງສາພັດທະນາປະເທດຊາດຕ້ອງຮຽກຮ້ອງໃຫ້ໝົດທຸກຄົນພາຍໃນຊາດ ພ້ອມພຽງຮຽງໜ້າກັນຊ່ວຍເຫຼືອເຊິ່ງກັນແລະກັນ ພ້ອມນັ້ນກໍ່ຜູກແໜ້ນຄວາມສາມັກຄີກັບບັນດາປະເທດເພື່ອນມິດໃນໂລກເຊັ່ນ: ຫວຽດນາມ, ກຳປູເຈຍ ແລະບັນດາປະເທດເພື່ອນມິດອື່ນໆ... ທີ່ມີຄວາມປົກປັກຮັກສາດິນດອນຕອນຫຍ້າອັນອຸດົມສົມບູນຂອງຊາດເຮົາໃຫ້ຍືນຍົງຄົງຕົວຕະຫຼອດໄປ.
ຈາກການອະທິບາຍຄຳສຸພາສິດທີ່ກ່າວມານັ້ນ ພວກເຮົາອາດເວົ້າໄດ້ວ່າຄວາມສາມັກຄີມັນແມ່ນສິ່ງປະເສີດເລີດລ້ຳທີ່ສຸດສຳລັບທຸກໆຄົນ ແລະຄວາມສາມັກຄີຍັງແມ່ນບໍ່ເກີດແຫ່ງຄວາມສຳເລັດ, ຄວາມສຸກ, ຄວາມສະບາຍ ສະນັ້ນ, ພວກເຮົາຄວນຝຶກຝົນຕົນເອງໃຫ້ເປັນຜູ້ທີ່ຮັກຄວາມສາມັກຄີ , ຮູ້ຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອພ້ອມກັນກ້າວຫນ້າພ້ອມນັ້ນກໍ່ທຳຕົນໃຫ້ເປັນຄົນດີ ມີຄຸນສົມບັດ ແລະ ເປັນທີ່ຮັກແພງຂອງໝູ່ຄູ່, ຄູອາຈານ ແລະ ບັນດາພໍ່ແມ່ພີ່ນ້ອງ.
( ຂໍ້ມູນມາຈາກ Facebook ເກດສະໜາ2018)
ຫົວບົດ : ອະທິບາຍ - ພິສູດ
ຄວາມດຸໝັ່ນຂະຫຍັນພຽນ ຄວາມອົດທົນເປັນບໍ່ເກີດແຫ່ງຄວາມສຸກ ຄວາມອິ່ມໜຳສຳລານ ຂອງຕົນເອງ ຂອງສັງຄົມ ແລະ ປະເທດຊາດ. ດັ່ງນັ້ນ, ຈິ່ງສອດຄ່ອງກັບຄຳສຸພາສິດທີ່ວ່າ " ຢາກກິນເຂົ້າ ໃຫ້ໝັ່ນເຮັດນາ ຢາກກິນປາ ໃຫ້ໝັ່ນເຮັດສ້ອນ ຢາກຫາຍເດືອດຮ້ອນ ໃຫ້ໝັ່ນສຶກສາ"
ມວນມະນຸດທີ່ດຳລົງຊີວິດໃນສັງຄົມ ສິ່ງສຳຄັນກວ່າໝູ່ແມ່ນບັນຫາຊີວິດການເປັນຢູ່ຂອງຄົນ ດັ່ງນັ້ນ, ເມື່ອເວົ້າເຖິິງອາຫານການກິນຕ່າງໆແລ້ວ ບໍ່ມີຈັກເທື່ອທີ່ຈະເກີດຂຶ້ນເອງໂດຍທີ່ເຮົາບໍ່ໄດ້ຫາ, ຄົນເຮົາມີຢູ່ມີກິນ ມີເຄື່ອງໃຊ້ຂອງສອຍຕ່າງໆນັ້ນ ກໍ່ແມ່ນຄົນເຮົາໄປຊອກໄປຫາ ດ້ວຍຄວາມອົດທົນ ຂະຫຍັນໝັ່ນພຽນ ເອົາຫຼັງສູ່ຟ້າເອົົໜ້າສູ່ດິນ ຂຸດຫົວເລົາເກົາຫົວຫຍ້າ ດ້ວຍຢາດເຫື່ອແລະແຮງງານຂອງຕົນເອງ ບໍ່ແມ່ນວ່າຈະລໍຖ້ານັ່ງກິນ ນອນກິນນຳຜູ້ອື່ນເຊັ່ນວ່າ: ພວກເຮົາຢາກມີເຂົ້າກິນ ມີອາຫານ ແລະວັດຖຸຮັບໃຊ້ກໍ່່ຕ້ອງຊອກຫາ ເພິ່ງຕົນເອງກຸ້ມຕົນເອງເຊັ່ນ:ຊາວນາຢາກມີເຂົ້າກິນກໍ່ຕ້ອງເຮັດນາ, ລ້ຽງສັດ, ເຮັດສ້ອນສານໄຊ ຄວ່າງແຫ, ແຖມອງ ໃສ່ເບັດໃສ່ຂໍ ຫຼືພະນັກງານທະຫານຕຳຫຼວດພໍ່ຄ້າຊາວຂາຍຢາກມີຢູ່ມີກິນກໍ່່ຕ້ອງໄດ້ຊອກເຮັດວຽກງານຕາມຄວາມສາມາດ ວິຊາສະເພາະຂອງໃຜລາວ ກົງກັນຂ້າມກັບພວກທີ່ບໍ່ເຮັດບໍ່ສ້າງບໍ່ຊອກບໍ່ຫາກໍ່່ຈະບໍ່ມີອັນກິນ ນອກຈາກບັນຫາທີ່ກ່າວມາຂ້າງເທິງນັ້ນ ຍັງບໍ່ທັນພຽງພໍ ເມື່ອເວົ້າເຖິງຊີວິດຂອງຄົນເຮົາກໍ່ເຊັ່ນດຽວກັນ ຢາກມີຄວາມຮູ້ ຄວາມສາມາດ ຄວາມສະຫຼຽວສະຫຼາດ ກໍ່ຕ້ອງບຸກບືນ ຜ່ານຜ່າອຸປະສັກຄວາມຫຍຸ້ງຍາກ ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ ເພາະການສຶກສາເປັນບໍ່ເກີດແຫ່ງຄວາມສຳເລັດ ແລະຄວາມຈະເລີນຮຸ່ງເຮືອງ ການສຶກສາສ້າງໃຫ້ຄົນເຮົາເປັນຄົນຮູ້ຜູ້ດີ ພວກເຮົາຮຽນຫຼາຍເທົ່າໃດ ກໍ່ຍິ່ງເຮັດໃຫ້ມີຄວາມຮູ້ຫຼາຍຂຶ້ນເທົ່ານັ້ນ ການສຶກສາຮ່ຳຮຽນ ບໍ່ມີວັນສິ້ນສຸດດັ່ງຄຳສຸພາສິດທີ່ວ່າ"ຮຽນແລ້ວຮຽນອີກ ຮຽນເລື້ອຍໆໄປ" ນີ້ກໍ່ສະແດງໃຫ້ພວກເຮົາເຫັນໄດ້ວ່າ ການສຶກສາເປັນສິ່ງສຳຄັນ ແລະ ຈະເປັນສຳລັບໝົດທຸກຄົນເພາະວ່າຄວາມສະຫຼາດໄຫວພິບ ສະຕິປັນຍາລ້ວນແລ້ວແຕ່ໄດ້ມາຈາກການສຶກສາຮ່ຳຮຽນທັງນັ້ນ ບໍ່ພຽງແຕ່ເທົ່ານັ້ນການສຶກສາຍັງສ້າງໃຫ້ຄົນມີຄວາມຮູ້ຄວາມສາມາດ ແລະ ທັດສະນະຄຸນສົມບັດຂອງຄົນນຳໄປໃຊ້ເປັນປະໂຫຍດໃນການດຳລົງຊີວິດຕົວຈິງ ແຕ່ພວກເຮົາຢາກໄດ້ຄວາມຮູ້ຄວາມສະຫຼາດນັ້ນ ກໍ່ຕ້ອງໃຊ້ເວລາຫຼາຍປີດ້ວຍຄວາມມານະອົດທົນພາກພຽນ ຮຽນໄປເລື້ອຍໆ ຈຶ່ງຈະເຮັດໃຫ້ກາຍເປັນຄົນເກັ່ງ ສາມາດເຮັດວຽກງານ ຕ່າງໆບັນລຸໄດ້ ດັ່ງຄຳສຸພາສິດທີ່ວ່າ"ສູ້ຊົນພົ້ນທຸກ ມີສຸກພາຍຫລັງ" ກົງກັນຂ້າມຖ້າຄົນເຮົາຂີ້ຄ້ານ ມັກງ່າຍບໍ່ຮ່ຳບໍ່ຮຽນ ມີແຕ່ເລາະທ່ຽວກໍ່ເຮັດໃຫ້ຕົນເອງບໍ່ມີອັນກິນ ບໍ່ມີຄວາມສະດວກສະບາຍ ຄວາມສົດໃສໃນທີ່ສຸດຊີວິດກໍ່ຈະເຂົ້າສູ່ຄວາມມືດມົວ . ດັ່ງນັ້ນ, ພວກເຮົາຢາກເປັນຄົນຮູ້ຜູ້ດີ ມີຢູ່ມີກິນ ກໍ່ຕ້ອງອອກແຮງງານຊອກຮູ້ຮ່ຳຮຽນເອົາສິ່ງທີ່ດີກ້າວຫນ້າມາສູ່ຕົນເອງ ເພື່ອໃຫ້ກາຍເປັນຄົນຮູ້ຜູ້ດີ ດັ່ງຄຳກອນທີ່ວ່າ'' ການສຶກສາເປັນບ່ອນປັ້ນ ປັນຍາເກີດມີມາ ຢ່າໄດ້ພາກັນຄິດ ໜ່າຍຊັງບັງໜ້າ ການສຶກສາມີຄຸນລົ້ນ ຫຼາຍປະການເກີນປຽບ ແສງອາທິດບໍ່ທຽບໄດ້ ປັນຍາສ້ຽມສ່ອງໃສ" ນີ້ກໍ່ສະແດງໃຫ້ພວກເຮົາເຫັນວ່າ ການສຶກສາຮ່ຳຮຽນມີຄວາມສຳຄັນແລະປະເສີດທີ່ສຸດ ໂດຍສະເພາະນັກຮຽນຢາກເປັນນັກຮຽນດີ ນັກຮຽນເກັ່ງມີທັດສະນະຄຸນສົມບັດອັນດີງາມ ຈະຕ້ອງຕັ້ງໃຈຄົ້ນຄວ້າຮ່ຳຮຽນຈຶງຈະເຮັດໃຫ້ໄປສູ່ຜົນສໍາເລັດໄດ້ ຖ້າຄົນເຮົາຫາກມີຄວາມດຸໝັ່ນຂະຫຍັນພຽນຈະຊ່ວຍໃຫ້ຊິວິດທີ່ດີແລະຮັ່ງມີ ມີຈິດໃຈປອດໃສໂປ່ງມີສຸຂະພາບເຂັ້ມແຂງແລະຊິວິດຍືນນານ. ດັ່ງນັ້ນ, ຢາກພົ້ນຈາກຄວາມທຸກຍາກ ຢາກຕາຍຈາກຄວາມເດືອດຮ້ອນກໍ່ຕ້ອງເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນນຳໝູ່ຄູ່- ຄູອາຈານ ແລະຜູ້ຊົງຄຸນວຸດທິເພາະການສຶກສາປຽບເໝືອນແສງສະຫວ່າງທີ່ເຍື້ອງທາງໃຫ້ພວກເຮົາມີຄວາມກ້າວໜ້າດັ່ງຄຳສຸພາສິດທີ່ວ່າ" ການສຶກສາຄືຢາແກ້ໂງ່"
ສະຫຼຸບບັນຫາຄິດເອົາເດີ(ຂໍ້ມູນຈາກ Facebook )
Thanks.........
ປະເທດຊາດໃດກ່ອນຈະມີຄວາມຮຸ່ງເຮືອງສີວິໄລນັ້ນ ກໍ່ຕໍ່ເມື່ອຄົນໃນຊາດນັ້ນ ຫາກມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຢ່າງແຫນ້ນແຟ້ນ ພ້ອມຮ່ວມແຮງຮ່ວມໃຈກັນ ອອກແຮງງານ ສ້າງສາພັດທະນາປະເທດຊາດບ້ານເມືອງ ໃຫ້ນັບມື້ມີຄວາມຈະເລີນກ້າວໜ້າ ສວຍສົດງົດງາມ ແລະ ອຸດົມຮັ່ງມີ ເຊິ່ງມັນສອດຄ່ອງກັບຄຳເວົ້າທີ່ວ່າ" ປະເທດລາວ ມີຫຼາຍຊົນຊາດຊົນເຜົ່າ ຖ້າສາມັກຄີກັນເຂົ້າ ຈະງາມດັ່ງດອກໄມ້ຫຼາຍສີທີ່ ເກີດຂື້ນໃນຕົ້ນດຽວກັນ "
ປະເທດລາວເປັນປະເທດໜຶ່ງທີ່ຕັ້ງຢູ່ແຫຼມອິນດູຈີນ ແລະມີຊາຍແດນຕິດກັບຫຼາຍປະເທດເຊັ່ນ: ຫວຽດນາມ, ກຳປູເຈຍ, ໄທ, ພະມ້າ ແລະຈີນ ປະເທດລາວເປັນປະເທດທີ່ອຸດົມຮັ່ງມີໄປດ້ວຍຊັບພະຍາກອນທຳມະຊາດ ແລະ ວັດຖຸບູຮານອັນເກົ່າແກ່. ນອກຈາກນີ້ປະເທດເຮົາຍັງປະກອບມີຫຼາຍຊົນຊາດຊົນເຜົ່າ ເຊິ່ງ ທຳມາຫາກິນດ້ວຍການປູກຝັງລ້ຽງສັດ ເຮັດວຽກງານດ້ວຍຕາມໜ້າທີ່ຮັບຜິດຊອບດ້ວຍຄວາມຂະຫຍັນໝັ່ນພຽນເຂົ້າເຈົ້າເຮັດວຽກບໍ່ຮູ້ອິດຮູ້ເມື່ອຍ ຕື່ນເດິກລຸກເຊົ້າ ຫາຢູ່ຫາກິນ ດັ່ງຄຳສຸພາສິດທີ່ວ່າ"ໄປຢຽບໝາ ມາຢຽບຂຽດ" ເຊິ່ງສະແດງໃຫ້ເຫັນວ່າຄົນລາວມີຄວາມມານະອົດທົນເຂົາເຈົ້າມີຈຸດພິເສດທາງດ້ານການດຳລົງຊີວິດ ການປາກເວົ້າກໍ່ລ້ວນແຕກຕ່າງ ແຕ່ລະຊົນເຜົ່າກໍ່ລ້ວນເປັນຄົນລາວກັນທັງນັ້ນ, ເມື່ອພວກເຮົາທວນຄືນຫຼັງ ຄາວພວກຈັກກະພັດອາເມລິກາປົກຄອງ ແຕ່ລະຊົນຊາດດັ່ງກ່າວມີການແບ່ງແຍກບໍ່ມີຄວາມສາມັກຄີກັນ ເຮັດໃຫ້ພວກສັດຕູສວຍໂອກາດເຂົ້າມາທຳລາຍຈຸດເລົາເຜົາຜານເຮືອນຊານບ້ານຊ່ອງ, ເຄື່ອງປູກຂອງຝັງ ເກືອບຈະບໍ່ມີຫຍັງເຫຼືອຄ້າງເປັນເວລາຫຼາຍສິບກວ່າປີ ເມື່ອເວົ້າເຖິງການສູ້ຮົບເພື່ອປົກປ້ອງບ້ານເມືອງ ກໍ່ບໍ່ເປັນກຸ່ມເປັນກ້ອນບໍ່ມີຄວາມສົມທົບກັນເຊັ່ນ: ການຕໍ່ສູ້ຂອງພໍ່ກະດວດ, ອົງແກ້ວອົງກົມມະດຳ ແລະ ເຈົ້າຟ້າປັດໃຈອາວຸດໃນການຕໍ່ສູ້ກໍ່ບໍ່ທັນສະໄໝມີພຽງໜ້າໜ໋ອງ , ຫອກງ້າວ, ປືນແກັບສິ່ງສຳຄັນທີ່ສຸດແມ່ນການຂາດຜູ້ນຳຈຶ່ງ ບໍ່ໄດ້ຮັບໄຊຊະນະ ເມື່ອເວົ້າເຖິງການປະຊາທິປະໄຕແລ້ວ ເຮົາຈະເຫັນໄດ້ວ່າການຕໍ່ສູ້ປົດປ່ອຍຊາດ ແມ່ນມີພັກນຳພາອັນສະຫຼາດສ່ອງໃສຂອງທ່ານໄກສອນພົມວິຫານ, ທ່ານສຸພານຸວົງ ແລະ ຜູ້ນໍາອື່ນໆ ລ້ວນແຕ່ມີນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນ ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ, ພໍ່ແມ່ປະຊາຊົນມີນ້ຳໃຈໂອບເອື້ອອາລີ ນ້ຳໃຈເສຍສະຫຼະອັນສູງສົ່ງ ຕໍ່ສິດຜົນປະໂຫຽດສ່ວນຕົວ ເພື່ອສ່ວນລວມ ໄດ້ເຕົ້າໂຮມບັນດາຊົນຊາດ ຊົນເຜົ່າເພື່ອພ້ອມກັນທຳການຕໍ່ສູ້ກັບພວກຈັກກະພັດຕ່າງດ້າວ ດ້ວຍຄວາມລະຫົດອົດທົນ ເປັນເວລາຫຼາຍສິບກວ່າປີ ຈິ່ງໄດ້ຮັບໄຊຊະນະມາສູ່ປວງຊົນລາວທັງຊາດ ດັ່ງຄຳສຸພາສິດທີ່ວ່າ" ຄວາມສາມັກຄີ ເປັນບໍ່ເກີດແຫ່ງຄວາມສຳເລັດ" . ດັ່ງນັ້ນພວກເຮົາເປັນຄົນລາວທີ່ເກີດໃນແຜ່ນດິນລາວ ຈິ່ງຮ່ວມຈິດຮ່ວມໃຈກັນເປັນນ້ຳໜຶ່ງໃຈດຽວກັນໃຫ້ເໝືອນກັບອ້າຍນ້ອງຮ່ວມອຸທອນດຽວກັນຈິ່ງກາຍມາເປັນກຳລັງອັນກຳແກ່ນ ໃຫ້ແກ່ສັງຄົມ ແລະ ປະເທດຊາດ ຖ້າພວກເຮົາບໍ່ມີຄວາມສາມັກຄີຄືຈະນຳຄວາມເສຍຫາຍ ແລະຄວາມເດືອດຮ້ອນມາໃຫ້ແກ່ພວກເຮົາ ດັ່ງຄໍາສຸພາສິດທີ່ວ່າ "ໂຮມກັນເຮົາຢູ່ ແຍກຫມູ່ເຮົາຕາຍ" ມັນສະແດງໃຫ້ພວກເຮົາເຫັນວ່າ ຖ້າຂາດຄວາມສາມັກຄີ ຈະພາປະເທດຊາດໄປສູ່ຫຽວເລິກອັນມືດມົວ , ພໍມາເຖິງລະບອບໃຫມ່ ພັກ-ລັດ ໄດ້ມີນະໂຍບາຍຊົນຊາດຊົນເຜົ່າ ມີຄວາມຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນທັງນັ້ນ ກໍ່ເພື່ອແນ່ໃສ່ການສຶກສາອົບຮົມ ວັດທະນະທຳການດຳລົງຊິວິດແບບໃຫມ່ແບບວິທະຍາສາດກ້າວໜ້າ ທັນສະໄໝເຊັ່ນວ່າ: ໄດ້ປຸກລະດົມຊົນເຜົ່າເຂດພູດອຍ ໃຫ້ມາດຳລົງຊີວິດຢູ່ຕາມທົ່ງພຽງ ແຄມແມ່ນ້ຳລຳເຊ ເພື່ອຫລີກລ່ຽງການຖາງປ່າເຮັດໄຮ່ ປັດຈຸບັນປະເທດເຮົາພວມຢູ່ໃນໄລຍະກໍ່ສ້າງແລະພັດທະນາປະເທດຊາດຈິ່ງຮຽກຮ້ອງໃຫ້ ປະຊາຊົນລາວບັນດາເຜົ່າສາມັກຄີກັນເປັນປຶກແຜ່ນແຫນ້ນໜຽວ ບໍ່ຕຳແຍກຊົນຊາດຊົນເຜົ່າໃຫ້ຖືວ່າເປັນຄົນລາວຄືກັນ ເກີດໃນແຜ່ນດິນລາວຕ້ອງມີຈິດໃຈເປັນເອກະພາບ ມີສະຕິສູງ ມີນ້ຳໃຈຮັກເຊື້ອແພງຊາດ ມີນ້ຳໃຈຮັກເເພງສາມັກຄີກັບປະເທດອື່ນ ທີ່ຫວັງດີກັບປະເທດເຮົາ.
ຈາກການອະທິບາຍ- ພິສູດຄຳເວົ້າທີ່ກ່າວມາຂ້າງເທິງນັ້ນ ກໍ່ເຫັນໄດ້ວ່າຄວາມສາມັກຄີເປັນບໍ່ເກີດແຫ່ງຄວາມສຸກ ແລະເປັນປັດໃຈຕົ້ນຕໍທີ່ຕັດສິນວຽກງານຕ່າງໆ ໃຫ້ສຳເລັດຜົນ. ສະນັ້ນ, ພວກເຮົາເປັນນັກຮຽນຕ້ອງເຝິກຝົນຕົນເອງໃຫ້ມີຄວາມສາມັກຄີກັບໝູ່ເພື່ອນ, ຄູອາຈານ, ປະຊາຊົນບັນດາເຜົ່າ ເພື່ອພາກັນສ້າງສາ ພັດທະນາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີວິໄລ.
(ຂໍຂອບໃຈຂໍ້ມູນຈາກ Facebook)
##ບົດວິເຄາະຕົວລະຄອນ "ເມຍນ້ອຍ" ໃນເລື່ອງ ແພປ່ານ ແລະ ຂີີ້ເຜິ້ງ (ພ/ລ ມໍ7 3/52)
| (ຂໍຂອບໃຈຂໍ້ມູນຈາກເພຈ ສະຫຼຸບໃຫ້) |
### ອະທິບາຍ - ພິສູດ ຄຳເວົ້າທີ່ວ່າ " ຄົນລາວທຸກຄົນ ມີໜ້າທີ່ຮັກສາ ແລະ ສົ່ງເສີມມູນເຊື້ອວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ ໄວ້ໃຫ້ຍືນຍົງຄົງຕົວ ຢູ່ຄູ່ກັບຄົນລາວຕະຫຼອດໄປ "
ປະເທດລາວທີ່ແສນຮັກ ຫວງແຫນຂອງພວກເຮົາມີມູນເຊື້ອວັດທະນາທຳອັນດີງາມ ເປັນທີ່ເອກອ້າງທະນົງໃຈຂອງປວງຊົນລາວທັງຊາດ
ความคิดเห็น
แสดงความคิดเห็น