| (ภาพจากอินเตอร์เน็ต) |
1/ ມະຫາເທວີ = ນາງກະສັດຜູ້ຍິ່ງໃຫຍ່
2/ ສະຖາປະນາ = ການແຕ່ງຕັ້ງ ຫຼື ການສ້າງຕັ້ງຂື້ນ
3/ ບັນລັງ = ບ່ອນປະທັບຂອງເຈົ້າແຜ່ນດິນ
4/ ເຈົ້າອຸປະຣາດ = ຮອງເຈົ້າຊິວິດ
5/ ລາຊະວັງ = ຫໍຜາສາດຂອງພະເຈົ້າແຜ່ນດິນ
6/ ພາກພື້ນ = ຂົງເຂດປະເທດ
7/ ສະຫະພາບ = ລັດຫຼາຍລັດທີ່ໂຮມຕົວເຂົ້າກັນເພື່ອດຳເນີນກິດຈະການທົ່ວໄປ
8/ ສາກົນ = ທົ່ວໂລກ
9/ ສະຫະລັດ = ລັດຫຼາຍລັດທີ່ໂຮມເຂົ້າກັນພາຍໃຕ້ລັດຖະທຳມະນູນດຽວກັນ
10/ ອຸທະຍານ = ສວນສາທາລະນະ
11/ ບັນພະບຸລຸດ = ຜູ້ທີ່ເປັນກົກເຄົ້າວົງຕະກູນ
12/ ກະບົດ = ຄວາມຄົດ, ຄວາມບໍ່ຊື່ຕົງ
13/ ບັນນາການ = ສິ່ງຂອງທີ່ມອບໃຫ້ເພື່ອສະແດງເຖິງອຳນາດຂອງອີກຝ່າຍ
14/ ອັກສອນສາດ = ວິຊາເນັ້ນໜັກກ່ຽວກັບພາສາແລະວັນນະຄະດີ
15/ ພະຊົນມາຍຸ = ອາຍຸ
16/ ລາຊະການ = ວຽກງານຂອງພະເຈົ້າແຜ່ນດິນໃນໄລຍະທີ່ຂຶ້ນປົກຄອງ
17/ ສະຖາປະນິກ = ນັກກໍ່ສ້າງ, ນັກອອກແບບ
18/ ປະຕິສັງຂອນ = ການປົດແປງໃຫ້ດີຄືເກົ່າ
19/ ວິລະກຳ = ການກະທຳທີ່ໄດ້ຮັບຜົນຍ້ອງຍໍແລະຄວາມອົງອາດກ້າຫານຂອງຜູ້ກະທຳ
20/ ລາສະດອນ = ພົນລະເມືອງຂອງປະເທດ
ความคิดเห็น
แสดงความคิดเห็น